ພາລະກິດ

ເພື່ອປະກອບສ່ວນໃຫ້ແກ່ປະຊາຄົມໂລກທີ່ຍືນຍົງ ແລະສະຫງົບສຸກດ້ວຍການສະແຫວງຫາການສົ່ງກະແສໄຟຟ້າທີ່ມີປະສິດທິພາບຫຼາຍຂຶ້ນ ແລະການສົ່ງສັນຍານທີ່ດີຂຶ້ນ.

ວິໄສທັດ

ເປັນຜູ້ຜະລິດ ຕົວນຳກະແສໄຟຟ້າພິເສດທີ່ປະກອບສ່ວນໃຫ້ແກ່ຊຸມຊົນທົ່ວໂລກດ້ວຍຄຸນນະພາບທີ່ດີທີ່ສຸດແລະຄວາມຊ່ຽວຊານດ້ານການພັດທະນາແບບຊັ້ນນໍາ

ຄຸນຄ່າ

· ຄວາມທະເຍີທະຍານ
· ຄວາມ​ເປັນ​ທຳ
· ເຮັດໜ້າທີ່ເປັນພົນລະເມືອງໂລກທີ່ດີ
·​ ເປີດ​ໃຈ ​ແລະ​ ມີນະ​ວັດ​ຕະ​ກໍາ​

ພາລະກິດ

ເພື່ອປະກອບສ່ວນໃຫ້ແກ່ປະຊາຄົມໂລກທີ່ຍືນຍົງ ແລະສະຫງົບສຸກດ້ວຍການສະແຫວງຫາການສົ່ງກະແສໄຟຟ້າທີ່ມີປະສິດທິພາບຫຼາຍຂຶ້ນ ແລະການສົ່ງສັນຍານທີ່ດີຂຶ້ນ.

ບົດບາດຂອງພວກເຮົາໃນສັງຄົມແມ່ນປຽບສະເໝືອນເສັ້ນເລືອດ ແລະ ເສັ້ນປະສາດໃນຮ່າງກາຍຂອງມະນຸດ. ເມື່ອເສັ້ນເລືອດຂອງພວກເຮົາຖືກອຸດຕັນ ຫຼື ເສັ້ນປະສາດຂອງພວກເຮົາບໍ່ສາມາດສົ່ງສັນຍານຈາກສະໝອງໄປສູ່ອະໄວຍະວະຕ່າງໆ, ຮ່າງກາຍຂອງພວກເຮົາຈະມີບັນຫາໃນການເຮັດວຽກ. ເຊັ່ນດຽວກັນ, ເມື່ອຕົວນຳສາຍໄຟຟ້າ ບໍ່ສົ່ງພະລັງງານ ແລະ ສັນຍານໄຟຟ້າຢ່າງຖືກຕ້ອງ, ຫຼາຍກິດຈະກຳ ທາງສັງຄົມຈະຖືກຢຸດ. ຜົນງານຂອງພວກເຮົາອາດຈະຖືກຍອມຮັບເມື່ອໂລກມີການເຮັດວຽກທີ່ດີ, ແຕ່ນັ້ນກໍ່ແມ່ນ ຍ້ອນວ່າພວກເຮົາ ແມ່ນຮີໂຣທີ່ຢູ່ເບື້ອງຫຼັງສັງຄົມ

ນອກຈາກນີ້ ພວກເຮົາຍັງຊ່ວຍສ້າງສັງຄົມທີ່ຍືນຍົງ ດ້ວຍການພັດທະນາ ແລະ ຜະລິດສາຍ PV ທີ່ໃຊ້ໃນແຜງໂຊລ້າເຊວ ແລະ ແທັບທີ່ນຳໃຊ້ໃນແບັດເຕີລີ້ ລີທ້ຽມ ຂອງລົດຍົນໄຟຟ້າ EV

ພວກເຮົາພູມໃຈໃນຄວາມພະຍາຍາມຂອງພວກເຮົາໃນການສ້າງໂລກທີ່ດີກວ່າເກົ່າກັບທຸລະກິດທົ່ວໂລກໂດຍອີງໃສ່ຄຸນຄ່າຂອງພວກເຮົາ - "ສັນຕິພາບ" ແມ່ນສ່ວນ ໜຶ່ງ ຂອງພາລະກິດຂອງພວກເຮົາ.

ວິໄສທັດ

ເປັນຜູ້ຜະລິດຕົວນໍາກະແສໄຟຟ້າພິເສດທີ່ປະກອບສ່ວນໃຫ້ແກ່ສັງຄົມໂລກ ດ້ວຍຄຸນນະພາບ ແລະ ຄວາມສາມາດໃນການພັດທະນາທີ່ເປັນອັນດັບຫນຶ່ງຂອງໂລກ

ນັບຕັ້ງແຕ່ການກໍ່ຕັ້ງ, ພວກເຮົາມີຄວາມມຸ້ງໝັ້ນທີ່ຈະປັບປຸງຄຸນນະພາບຜະລິດຕະພັນຂອງພວກເຮົາຢ່າງຕໍ່ເນື່ອງ.

ພວກເຮົາບໍ່ພຽງແຕ່ພະຍາຍາມເຮັດໃຫ້ລູກຄ້າພືງພໍໃຈກັບ ຟັງຊັ້ນຂອງຜະລິດຕະພັນທີ່ພວກເຂົາຕ້ອງການ, ແຕ່ຍັງໃຫ້ການສະໜອງຜະລິດຕະພັນທີ່ມີສະຖຽນລະພາບເພື່ອເພີ່ມຜົນຜະລິດໃນໂຮງງານອີກດ້ວຍ.

ພວກເຮົາພະຍາຍາມພັດທະນາ “ ຕົວນຳໄຟຟ້າທີ່ບໍ່ເຄີຍມີມາກ່ອນ”, ດ້ວຍເຕັກໂນໂລຢີເຊັ່ນ:
ເທັກໂນໂລຢີການດຶງເສັ້ນ ສຳລັບຜະລິດສາຍໄຟທີ່ລະອຽດທີ່ສຸດ.
ເຕັກໂນໂລຍີການມ້ວນ ສຳລັບຜະລິດລວດແບນທີ່ມີອັດຕາການໝຸນສູງ
ເຕັກໂນໂລຍີການຊູບຜິວ ເພື່ອເພີ່ມ ຟັງຊັນພິເສດ

ດ້ວຍເທັກໂນໂລຢີເຫລົ່ານີ້, ພວກເຮົາມີຜະລິດຕະພັນຫຼັກໆທີ່ຫຼາກຫຼາຍ, ລວມທັງສາຍໄຟທີ່ດີທີ່ສຸດ ສຳລັບອຸປະກອນທາງການແພດ, ສາຍ PV ສຳລັບແຜງໂຊລ້າເຊວ, ແທ່ນ ສຳລັບແບດເຕີລີ້ ລີທ້ຽມ ແລະ ອື່ນໆ.

ດ້ວຍປະສົບການທີ່ຍາວນານຂອງພວກເຮົາ ແລະ ພະນັກງານທີ່ມີຄວາມທຸ້ມເທ, ພວກເຮົາມີຄວາມໝຸ້ງໝັ້ນທີ່ຈະພັດທະນາຄຸນນະພາບຜະລິດຕະພັນ ແລະ ຄວາມຊຳນານໃນການພັດທະນາຂອງພວກເຮົາໃຫ້ດີຍິ່ງຂື້ນ ແລະ ກາຍເປັນ ຜູ້ຜະລິດຕົວນຳໄຟຟ້າພິເສດ ອັນດັບ 1 ຂອງໂລກ.

ຄຸນຄ່າ

ຄຸນຄ່າທີ່ພວກເຮົາໃຫ້ຄວາມສໍາຄັນ

ຄວາມທະເຍີທະຍານ

  • ສະແຫວງຫາຄວາມສຸກຂອງພວກເຮົາເອງ ແລະ ສະຫວັດດີການຂອງທຸກພາກສ່ວນທີ່ກ່ຽວຂ້ອງ
  • ຊອກຫາຄວາມຮູ້ໃຫ້ຕົນເອງຕໍ່ໄປ

ຄວາມຍຸດຕິທຳ

  • ເຮັດວຽກດ້ວຍຄວາມຍຸດຕິທຳ ແລະ ໂປ່ງໃສ
  • ເປັນບໍລິສັດທີ່ຍຸດຕິທຳ ແລະ ຄຸ້ມຄ່າກັບການເຮັດວຽກ.
  • ສ້າງສັງຄົມໃຫ້ຄຳນຶງເຖິງຄວາມເປັນທຳ ແລະ ຄວາມຍຸດຕິທຳຕໍ່ຜູ້ຄົນ ແລະ ທຸລະກິດ.
  • ຈົ່ງຊື່ສັດຕໍ່ຈຸດປະສົງຂອງພວກເຮົາ ແລະ ແບ່ງປັນມັນກັບເພື່ອນຮ່ວມງານຂອງເຮົາ
  • ປືກສາ ແລະ ປະເມີນຜົນໂດຍອີງໃສ່ຂໍ້ເທັດຈິງ

ເຮັດໜ້າທີ່ເປັນພົນລະເມືອງໂລກທີ່ດີ

  • ເປີດຮັບຄ່ານິຍົມທີ່ຫຼາກຫຼາຍ ແລະ ສາມາດສື່ສານ ແລະ ຄຳນຶງເຖິງຄຸນຄ່າເຫຼົ່ານີ້
  • ເຮັດວຽກເພື່ອຕົວເຮົາເອງ, ເພື່ອນຮ່ວມງານ, ຊຸມຊົນ ແລະ ໂລກຂອງພວກເຮົາ

ເປີດ​ໃຈ ​ແລະ​ ມີນະ​ວັດ​ຕະ​ກໍາ​

  • ມີຄວາມສຸກໃນການເຮັດວຽກດ້ວຍໃຈຮັກ
  • ໃຊ້ຈິນຕະນາການ ແລະ ຄວາມຄິດສ້າງສັນເພື່ອສ້າງສິ່ງໃໝ່
  • ຢ່າຢ້ານຕໍ່ຄວາມລົ້ມເຫລວ ແລະ ສືບຕໍ່ກັບຄວາມທ້າທາຍ
  • ເປັນຜູ້ບຸກເບີກ ແລະ ມີຄວາມພູມໃຈທີ່ໄດ້ລິເລີ່ມ