ຜະລິດຕະພັນຂອງພວກເຮົາ

ຕົວນຳໄຟຟ້າທີ່ນ້ອຍທີ່ສຸດ (0.05mm ຫຼືນ້ອຍກວ່ານີ້)

MISUZU, ຜູ້ບຸກເບີກຕົວນໍາທີ່ລະອຽດເປັນພິເສດ. ພວກ​ເຮົາ​ສາ​ມາດ​ສະ​ເຫນີ​ວັດສະດຸ​ທອງ​ແດງ​ທີ່ດີທີ່ສຸດ ແລະ​ ປະ​ເພດ​ການ​ເຄື້ອບທີ່ເໝາະສົມທີ່ສຸດ​ໂດຍ​ອີງ​ຕາມ​ການ​ນໍາ​ໃຊ້​.

Read more

ຕົວນຳເສັ້ນດ່ຽວ (ສູງກວ່າ 0.05mm)

ຕົວນໍາຂອງພວກເຮົາທຳໜ້າທີຫຼັກໃນອຸປະກອນເຕັກໂນໂລຢີສູງເຊັ່ນອຸປະກອນທາງການແພດທີ່ທັນສະໄໝ, ຫຸ່ນຍົນອຸດສາຫະກໍາ ແລະ ອຸປະກອນມືຖື, ປຽບສະເໝືອນ: ເສັ້ນເລືອດຂອງມະນຸດ ແລະລະບົບປະສາດສ່ວນກາງ.

Read more

ຕົວນຳກະແສໄຟແບບພັນກຽວ

ສາຍທີ່ພັນກັນນີ້ໃຊ້ສໍາລັບສາຍຫຸ່ນຍົນອຸດສາຫະກໍາແລະ ສາຍ sensor ແລະ ມີລັກສະນະການໂຄ້ງງໍທີ່ດີເລີດ ແລະ ຄວາມທົນທານໃນອຸປະກອນການຜະລິດ ແລະ ອຸປະກອນການກວດກາ.

Read more

ຕົວນຳແບບແປ

ເນື່ອງຈາກອຸປະກອນດິຈິຕອລມີຂະຫນາດນ້ອຍລົງ ແລະ ບາງລົງເລື້ອຍໆ, ຕົວນໍາໄຟຟ້ານີ້ຈື່ງຄວາມບາງ ແລະ ປະຫຍັດພື້ນທີ່.

Read more

ກໍ້ສາຍ PV ແລະ ເສັ້ນລວດແບບແປ

ພວກເຮົາຈະສືບຕໍ່ປະດິດສ້າງແລະເນັ້ນຫນັກໃສ່ຄຸນນະພາບຂອງຜະລິດຕະພັນໃນລະດັບສູງເພື່ອປັບປຸງການຜະລິດໄຟຟ້າແລະຄວາມຫນ້າເຊື່ອຖືໃນໄລຍະຍາວຂອງແຜງໂຊລ້າເຊວ.

Read more

ສາຍ PV

ດ້ວຍບັນທຶກການຕິດຕາມທີ່ພິສູດແລ້ວໃນການຈັດຫາສະໜອງຜະລິດຕະພັນທີ່ຫຼາກຫຼາຍໃຫ້ແກ່ອຸປະກອນອຸດສາຫະກຳ ແລະ ຜູ້ຜະລິດເຄື່ອງໃຊ້ໃນເຮືອນທີ່ສຳຄັນຂອງຍີ່ປຸ່ນ.

Read more

ສາຍ coaxial

ພວກເຮົາມີສະຖິຕິການຂາຍສາຍ coaxial ຂອງພວກເຮົາໃຫ້ກັບຜູ້ຜະລິດເສົາອາກາດໃນປະເທດຍີ່ປຸ່ນເປັນຈຳນວນຫຼາຍ.

Read more

ຂໍ້ມູນຂ່າວສານ

  • 🎉 ບັນຍາກາດງານກິລາປະຈຳປີ 2025 – ບໍລິສັດ ມິຊູສຸລາວ ຈຳກັດ 🎉
    🎉 ບັນຍາກາດງານກິລາປະຈຳປີ 2025 – ບໍລິສັດ ມິຊູສຸລາວ ຈຳກັດ 🎉 ໃນວັນທີ 15 ພະຈິກ 2025 ທີ່ ເດີ່ນບານ ຫຼັກ 4, ບໍລິສັດ ມິຊູສຸລາວ ຈຳກັດ ໄດ້ຈັດງານກິລາປະຈຳປີຂຶ້ນຢ່າງຍິ່ງໃຫຍ່ ເພື່ອສ້າງຄວາມສາມັກຄີ ແລະ ສົ່ງເສີມສຸຂະພາບທີ່ດີໃຫ້ແກ່ພະນັກງານທຸກຄົນ.ບັນຍາກາດເຕັມໄປດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ການມີສ່ວນຮ່ວມຢ່າງຄຶກຄື້ນຂອງ ພະນັກງານພ້ອມຄອບຄົວ. 🏃‍♂️🏸⚽ ຈາກກິລາຫຼາຍປະເພດທີ່ຈັດແຂ່ງຂັນ, ຈົນຮອດເວລາຮ່ວມສົນທະນາ ແລະ ສ້າງມິດຕະພາບ ກໍ່ເຮັດໃຫ້ວັນນັ້ນເປັນວັນທີ່ເຕັມໄປດ້ວຍຄວາມອົບອຸ່ນແລະຄວາມປະທັບໃຈ. ✨ ຂອບໃຈພະນັກງານທຸກຄົນແລະຄອບຄົວ ທີ່ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃຫ້ງານກິລາປະຈຳປີຄັ້ງນີ້ສຳເລັດຜົນຢ່າງສວຍງາມ.
  • ບໍລິສັດ ມິຊູສຸລາວ ຈຳກັດ ຈັດກິດຈະກຳຝຶກຊ້ອມໜີໄຟ ແລະ ດັບເພີງ ປະຈຳປີ 2025
    ໃນວັນທີ 25 ຕຸລາ 2025 ບໍລິສັດ ມິຊູສຸລາວ ຈໍາກັດ ໄດ້ມີການເຝິກອົບຮົມການປ້ອງກັນອັກຄີໄພປະຈໍາປີ ໃຫ້ແກ່ພະນັກງານພາຍໃນບໍລິສັດ ໂດຍນໍາພາການຝຶກອົບຈາກ ທ່ານ ສຸເລນ ເລົ່າຜິວ ຜູ້ຈັດການສິ່ງແວດລ້ອມ ຂອງ ບໍລິສັດ ມິຊູສຸລາວ ຈໍາກັດ ແລະ ສືບຕໍ່ທິດສະດີພ້ອມດ້ວຍກົດໝາຍທີ່ກ່ຽວຂ້ອງ ຈາກທາງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ທ່ານ ພັທ ເຂືອງຄຳ ພົມມະລາດ ແລະ ທ່ານ ຮອ ສອນມີໄຊ ພະກະຊຸມ, ຫຼັງຈາກຮຽນທິດສະດີແລ້ວ ກໍ່ໄດ້ພາກັນຝຶກແອບປະຕິບັດຕົວຈິງໂດຍປະກອບມີ ການນຳໃຊ້ບັ້ງມອດໄຟດັບມອດໄຟ, ການນໍາໃຊ້-ການດັບມອດແກັດຫຸງຕົ້ມ, ການຈໍາລອງໄຟຟ້າລັດວົງຈອນ, ແລະ ການນໍາໃຊ້-ການບໍາລຸງຮັກສາ ກ໋ອກນໍ້າມອດໄຟສຸກເສີນ ເພື່ອໃຫ້ພະນັກງານທຸກທ່ານເຂົ້າໃຈການປະຕິບັດໄດ້ຢ່າງເລິກເຊິ່ງ ແລະ ຖືກວິທີ.ກິດຈະກຳນີ້ໄດ້ຮັບການຮ່ວມມືຈາກພະນັກງານທຸກພະແນກຢ່າງຄັບຄື່ນ ແລະ ມີການສະແດງອອກເຖິງຄວາມຮັບຜິດຊອບ ຕໍ່ຄວາມປອດໄພຂອງຕົນເອງ ແລະ ຜູ້ຮ່ວມງານ. ນອກຈາກນັ້ນ ຍັງເປັນການສ້າງຄວາມຮູ້ ແລະ… ອ່ານຕໍ່: ບໍລິສັດ ມິຊູສຸລາວ ຈຳກັດ ຈັດກິດຈະກຳຝຶກຊ້ອມໜີໄຟ ແລະ ດັບເພີງ ປະຈຳປີ 2025
  • ບໍລິສັດ ມິຊູສຸລາວ ຈຳກັດ ໄດ້ຈັດຕັ້ງປະຕິດບັດ ວຽກງານກວດກາສຸຂະພາບປະຈຳປີ ໃຫ້ພະນັກງານ ໃນວັນທີ 04/06/2025
    ວັນທີ 04/06/2025 ນີ້ ທາງ ບໍລິສັດ ມິຊູສຸລາວ ຈຳກັດ ໄດ້ຈັດການກວດກາສຸຂະພາບປະຈຳປີໃຫ້ແກ່ພະນັກງານທຸກຄົນ ເພື່ອການດູແລສຸຂະພາບແລະປ້ອງກັນພະຍາດໃນລະຍະຍາວ 🛡️ເຊິ່ງເປັນສະຫວັດດີການທີ່ດີອີກຢ່າງໜຶ່ງໃຫ້ແກ່ພະນັກງານທຸກຄົນ. ❤️ ບໍລິສັດ ມິຊູສຸລາວ ຮ່ວງໃຍ ແລະ ໃສ່ໃຈ ພະນັກງານທຸກຄົນ ❤️"🏋️‍♂️💪🏃‍♂️ສຸຂະພາບທີ່ດີ ແມ່ນພື້ນຖານສຳຄັນທີ່ສົ່ງເສີມໃຫ້ພະນັກງານມີພະລັງໃນການເຮັດວຽກ ແລະໃຫ້ການດຳລົງຊີວິດຢູ່ໃນບ່ອນເຮັດວຽກເປັນໄປດ້ວຍຄວາມສຸກ. ເມື່ອທຸກຄົນມີສຸຂະພາບທີ່ແຂງແຮງ ບັນຍາກາດໃນບ່ອນເຮັດວຽກຈະເຕັມໄປດ້ວຍພະລັງງານບວກ ແລະສ້າງສິ່ງແວດລ້ອມໃນການເຮັດວຽກທີ່ດີແລະປອດໄພ. ດັ່ງນັ້ນ, ການໃສ່ໃຈແລະກວດສຸຂະພາບປະຈຳປີ ບໍ່ພຽງແຕ່ເປັນການກວດກາດ້ານລ່າງກາຍເທົ່ານັ້ນ ແຕ່ຍັງເປັນການສະທ້ອນເຫັນຮາກຖານຂອງການດູແລພະນັກງານແບບຍືນຍົງ❤️🛡️."
  • ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງມາຢ້ຽມຊົມ ສິນຄ້າ ບໍລິສັດ ມິຊູສຸ ລາວ ຈຳກັດ ໃນວັນທີ 11/05/2023
  • ຕ້ອງການເພື່ອນຮ່ວມງານ ຫຼາຍ ຕຳແໜ່ງ
    ປິດຮັບວັນທີ  25 Feb 2026