ຕ້ອງການເພື່ອນຮ່ວມງານ ຫຼາຍ ຕຳແໜ່ງ

ຕ້ອງການເພື່ອນຮ່ວມງານ ຫຼາຍ ຕຳແໜ່ງ

ປິດຮັບວັນທີ  25 ເມສາ 2025

1. ຕຳແໜ່ງທີ່ຕ້ອງການມີ:

  • ພະນັກງານຝ່າຍຜະລິດ 7 ຕຳແໜ່ງ
  • ພະນັກງານ ຜູ້ຊ່ວຍ HR 1 ຕຳແໜ່ງ
  • ພະນັກງານ QC 1 ຕຳແໜ່ງ

2. ເງື່ອນໄຂຮັບສະໝັກ:

  • ອາຍຸ: 20 ປີຂື້ນໄປ, ເພດ: ຊາຍ-ຍິງ
  • ການສຶກສາ: ຈົບມໍຕົ້ນ ຂື້ນໄປ (ຝ່າຍຜະລິດ)
  • ບໍ່ມີປະສົບການກໍ່ສາມາດສະໝັກໄດ້ (ຝ່າຍຜະລິດ)

3. ເງິນເດືອນ ແລະ ສະຫວັດດີການ

  • ເງິນເດືອນພື້ນຖານ 1,600,000 ກີບ/ເດືອນ
  • ເງິນຊ່ວຍເຫຼືອໄພເງິນເຟີ້ 1,100,000 ກີບ/ເດືອນ
  • ເງິນນ້ຳມັນ 300,000 ກີບ/ເດືອນ
  • ເງິນຈູງໃຈ 150,000 ກີບ/ເດືອນ
  • ເງິນຂະຫຍັນ 250,000 ກີບ/ເດືອນ
  • ເງິນຂື້ນກະ 9,600 ກີບ/ມື້
  • ເງິນຄ່າອາຫານສະເພາະມື້ທີ່ຂື້ນກະ 15,000 ກີບ/ມື້
  • ເງິນຄ່າອາຫານສະເພາະຜູ້ທີ່ເຮັດວຽກໃນມື້ວັນພັກ 15,000 ກີບ/ມື້
  • ເງິນໝີ່ OT 3 ຊົ່ວໂມງຂື້ນໄປ 10,000 ກີບ/ມື້
  • ໂອທີຄິດໄລ່ຕາມກົດໝາຍແຮງງານເລີຍ
  • ມີສະຖານທີ່ພັກຜ່ອນໃຫ້ພະນັກງານໃນຕອນທ່ຽງອີກດ້ວຍ

3.1 ສະຫວັດດີການອື່່ນໆ…

  • ມີຊຸດພະນັກງານໃຫ້
  • ລ້ຽງອາຫານທ່ຽງ 1 ຄາບ
  • ມີຂອງຂັວນວັນເກີດ
  • ມີງານລ້ຽງປະຈຳປີ (ມອບຂອງຂັວນປີໃຫມ່, ພະນັກງານດີເດັ່ນ, ພະແນກດີເດັ່ນ…)
  • ມີງານກິລາສາມັກຄີປະຈຳປີ
  • ມີກວດກາສຸຂະພາບປະຈຳປີ
  • ຜ່ານທົດລອງງານ 2 ເດືອນ ເຂົ້າປະກັນສັງຄົມ ແລະ ປະກັນໄພໃຫ້
  • ເຮັດວຽກຄົບ 1 ປີ ມີປີ້ວັນພັກໃຫ້ 15 ມື້ (ຖ້າໃຊ້ບໍ່ໝົດສາມາດເອົາມາຂາຍໄດ້)

ແລະຍັງມີສະຫວັດດີການອື່ນໆ…ອີກດ້ວຍ.

ລວມລາຍໄດ້ປະມານ 3,100,000 - 5,000,000 ກີບ/ເດືອນ

4. ເອກະສານປະກອບມີ:

  1. ແບບຟອມສະໝັກງານຂອງບໍລິສັດ
  2. ສຳເນົາບັດປະຕຳຕົວ ແລະ ສຳມະໂນຄົວ
  3. ຮູບຂະໜາດ 3x4 ບໍ່ເກີນ 6 ເດືອນ 3 ໃບ
  4. ໃບຢັ້ງຢືນທີ່ຢູ່
  5. ໃບຢັ້ງຢືນສຸຂະພາບ (ສາມາດເຮັດຕາມຫຼັງໆຈາກສຳພາດຜ່ານ)
  6. ໃບແຈ້ງໂທດ (ສາມາດເຮັດຕາມຫຼັງໆຈາກສຳພາດຜ່ານ)
  7. ສຳເນົາໃບປະກາດ, ໃບຄະແນນ, ໃບຜ່ານການຝຶກອົບຮົມຕ່າງໆ, ໃບຜ່ານງານ (ຖ້າມີ)
  8. ສຳເນົາເລກບັນຊີທະນາຄາການຄ້າ

  • ທ່ານໃດສົນໃຈ, ກະລຸນາສົ່ງຊີວະປະຫວັດຂອງທ່ານມາທີ່ຂໍ້ມູນຕິດຕໍ່ຂ້າງລຸ່ມນີ້.
  • ສົ່ງເອກະສານສະຫມັກທາງ Email: hr@misuzulao.com ຫຼື ສາມາດເຂົ້າມາຍື່ນເອກະສານສະໝັກງານດ້ວຍຕົນເອງທີ່ບໍລິສັດເລີຍ.
    ໂທ: +856 - 41-210550. (ສາມາດຕິດຕໍ່ໄດ້ໃນໂມງລັດຖະການ ຈັນ-ສຸກ 08:00-17:00, ວັນເສົາ 08:00-12:00).
  • ຈົ່ງລະບຸຕຳແຫນ່ງທີ່ສະໝັກໃຫ້ຊັດເຈນໃນແບບຟອມສະໝັກງານ.

ສະຖານທີ່ຕັ້ງບໍລິສັດ: ເລກທີ່ 318, ເສດຖະກິດພິເສດ ສະຫວັນນະເຂດ ໂຊນ C
ຫຼັກ 10, ເສັ້ນທາງເລກ 9, ບ້ານ ໜອງເດີ່ນ, ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ, ສປປ ລາວ.