ຕຸລາ 2025
ບໍລິສັດ ມິຊູສຸລາວ ຈຳກັດ ຈັດກິດຈະກຳຝຶກຊ້ອມໜີໄຟ ແລະ ດັບເພີງ ປະຈຳປີ 2025
ໃນວັນທີ 25 ຕຸລາ 2025 ບໍລິສັດ ມິຊູສຸລາວ ຈໍາກັດ ໄດ້ມີການເຝິກອົບຮົມການປ້ອງກັນອັກຄີໄພປະຈໍາປີ ໃຫ້ແກ່ພະນັກງານພາຍໃນບໍລິສັດ ໂດຍນໍາພາການຝຶກອົບຈາກ ທ່ານ ສຸເລນ ເລົ່າຜິວ ຜູ້ຈັດການສິ່ງແວດລ້ອມ ຂອງ ບໍລິສັດ ມິຊູສຸລາວ ຈໍາກັດ ແລະ ສືບຕໍ່ທິດສະດີພ້ອມດ້ວຍກົດໝາຍທີ່ກ່ຽວຂ້ອງ ຈາກທາງເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ທ່ານ ພັທ ເຂືອງຄຳ ພົມມະລາດ ແລະ ທ່ານ ຮອ ສອນມີໄຊ ພະກະຊຸມ, ຫຼັງຈາກຮຽນທິດສະດີແລ້ວ ກໍ່ໄດ້ພາກັນຝຶກແອບປະຕິບັດຕົວຈິງໂດຍປະກອບມີ ການນຳໃຊ້ບັ້ງມອດໄຟດັບມອດໄຟ, ການນໍາໃຊ້-ການດັບມອດແກັດຫຸງຕົ້ມ, ການຈໍາລອງໄຟຟ້າລັດວົງຈອນ, ແລະ ການນໍາໃຊ້-ການບໍາລຸງຮັກສາ ກ໋ອກນໍ້າມອດໄຟສຸກເສີນ ເພື່ອໃຫ້ພະນັກງານທຸກທ່ານເຂົ້າໃຈການປະຕິບັດໄດ້ຢ່າງເລິກເຊິ່ງ ແລະ ຖືກວິທີ.ກິດຈະກຳນີ້ໄດ້ຮັບການຮ່ວມມືຈາກພະນັກງານທຸກພະແນກຢ່າງຄັບຄື່ນ ແລະ ມີການສະແດງອອກເຖິງຄວາມຮັບຜິດຊອບ ຕໍ່ຄວາມປອດໄພຂອງຕົນເອງ ແລະ ຜູ້ຮ່ວມງານ. ນອກຈາກນັ້ນ ຍັງເປັນການສ້າງຄວາມຮູ້ ແລະ […]

