ພະຈິກ 2025

ຂ່າວສານ
🎉 ບັນຍາກາດງານກິລາປະຈຳປີ 2025 – ບໍລິສັດ ມິຊູສຸລາວ ຈຳກັດ 🎉

🎉 ບັນຍາກາດງານກິລາປະຈຳປີ 2025 – ບໍລິສັດ ມິຊູສຸລາວ ຈຳກັດ 🎉 ໃນວັນທີ 15 ພະຈິກ 2025 ທີ່ ເດີ່ນບານ ຫຼັກ 4, ບໍລິສັດ ມິຊູສຸລາວ ຈຳກັດ ໄດ້ຈັດງານກິລາປະຈຳປີຂຶ້ນຢ່າງຍິ່ງໃຫຍ່ ເພື່ອສ້າງຄວາມສາມັກຄີ ແລະ ສົ່ງເສີມສຸຂະພາບທີ່ດີໃຫ້ແກ່ພະນັກງານທຸກຄົນ.ບັນຍາກາດເຕັມໄປດ້ວຍຮອຍຍິ້ມ, ຄວາມມ່ວນຊື່ນ ແລະ ການມີສ່ວນຮ່ວມຢ່າງຄຶກຄື້ນຂອງ ພະນັກງານພ້ອມຄອບຄົວ. 🏃‍♂️🏸⚽ ຈາກກິລາຫຼາຍປະເພດທີ່ຈັດແຂ່ງຂັນ, ຈົນຮອດເວລາຮ່ວມສົນທະນາ ແລະ ສ້າງມິດຕະພາບ ກໍ່ເຮັດໃຫ້ວັນນັ້ນເປັນວັນທີ່ເຕັມໄປດ້ວຍຄວາມອົບອຸ່ນແລະຄວາມປະທັບໃຈ. ✨ ຂອບໃຈພະນັກງານທຸກຄົນແລະຄອບຄົວ ທີ່ເຂົ້າຮ່ວມ ແລະ ມີສ່ວນຮ່ວມໃຫ້ງານກິລາປະຈຳປີຄັ້ງນີ້ສຳເລັດຜົນຢ່າງສວຍງາມ.

Read more